STEM Education ແມ່ນຫຍັງ?

Pary Blog

By: Pary LEEVATOU

STEM ຫຍໍ້ມາຈາກ science, technology, engineering and mathematics ນໍາໃຊ້ທໍາອິດແມ່ນຢູ່ປະເທດ ສະຫະລັດອາເມລິກາ ແລະ ປັດຈຸບັນໄດ້ມີຫລາຍປະເທດທີ່ໄດ້ນໍາເອົາ ຮູບແບບການຮຽນ ແລະ ການສອນນີ້ເຂົ້າໄປນໍາໃຊ້ແລ້ວຕົວຢ່າງເຊັ່ນ: ປະເທດຫວຽດນາມ ປີ 2015 ໂດຍກະຊວງວິທະຍາສາດ ແລະ ເຕັກໂນໂລຢີ, ປະເທດ ຮົງກົງ ປີ 2015, ປະເທດ ກາຕ້າ, ຫຼາຍປະເທດໃນຢູລົບ ແລະ ອື່ນໆ. ເຊີ່ງ STEM ແມ່ນຮູບແບບການຮຽນຮູ້ຮູບແບບໃໝ່ທີ່ນໍາເອົາ ສີ່ ວິຊາມາປະສົມປະສານ ແລະ ນໍາໃຊ້ເຂົ້າໃນການຮຽນ ແລະ ການສອນໃນຮູບແບບໃໝ່, ຊ່ວຍໃຫ້ເດັກໄດ້ມີວິວັດທະນາການຄວາມຄິດທີ່ເປັນຮູບປະທໍາຫຼາຍຂື້ນໂດຍຜ່ານການເຮັດຕົວຈິງ. STEM ຍັງຊ່ວຍໃຫ້ພວກເຂົາໄດ້ມີສ່ວນຮ່ວມກັບການສຶກສາຂອງເຂົາເຈົ້າ ແລະ ໄດ້ຮັບຜົນລັບທີ່ດີມາຈາກສີ່ງທີ່ໄດ້ລົງມືເຮັດ, ໄດ້ສໍາພັດ ໂດຍທີ່ພວກເຂົາຈະໄດ້ຮຽນຮູ້ດ້ວຍການປະກອບສ້າງ, ຄົ້ນຄິດ, ອອກແບບ, ຄິດໄລ່ໄປໃນຕົວ. ນອກຈາກນັ້ນແລ້ວນັກຮຽນຍັງໄດ້ເຂົ້າໃຈ ແລະ ຮຽນຮູ້ດ້ວຍຫຼາຍທັກສະນະຮ່ວມກັນດັ່ງນີ້:

  1. Collaboration (ການຮຽນຮູ້ຮ່ວມກັນ)
  2. Communication ( ທັກສະການສື່ສານທີ່ດີ)
  3. Critical Thinking (ຮູບແບບການຄິດທີ່ນອກຄອບ)
  4. Creativity (ແນວຄວາມຄິດສ້າງສັນ)
  5. Problem solving
  6. Teamwork
  7. Independent thinking
  8. Initiative and digital literacy.

ການຮຽນຮູ້ໃນຮູບແບບນີ້ນອກຈາກຈະຊ່ວຍໃຫ້ນັກຮຽນມີທັກສະ ແລະ ຄວາມສາມາດທີ່ດີແລ້ວຍັງຊ່ວຍເສີມສ້າງທັກສະຂອງຜູ້ສອນໂດຍການຝຶກອົບຮົມເພີ່ມເຕີມຄວາມຮູ້ໃນວິທະຍາສາດ, ຄະນິດສາດ ແລະ ເຕັກໂນໂລຢີອີກດ້ວຍ. ນອກຈາກນີ້ແລ້ວການພັດທະນາເດັກນ້ອຍເລີ່ມຕົ້ນໄວອາຍຸທີ່ຍັງນ້ອຍແມ່ນໜື່ງໃນວິທີການທີ່ຊ່ວຍພັດທະນາໃຫ້ເຂົາເຈົ້າຄ່ອຍໆຮຽນຮູ້ໃນສີ່ງທີ່ມັກມີຄວາມຮັກ ແລະ ມັກໃນດ້ານໃດດ້ານໜື່ງແທ້ໆກ່ອນຈະນໍາເອົາໄປຕໍ່ຍອດ, ຮຽນຮູ້ຕໍ່ໃນສາຍລະດັບມະຫາວິທະຍາໄລ ເພາະວ່າຖ້າຫາກວ່າເດັກນ້ອຍໄດ້ຊອກຫາສີ່ງທີ່ມັກ ແລະ ສີ່ງທີ່ຢາກຮຽນຮູ້ແລ້ວຈະເປັນການດີ ແລະ ແນວທາງທີ່ດີ ຫຼື ເອີ້ນ ອີກຢ່າງໜື່ງຄືການຊອກຫາຕົວເອງ, ສີ່ງທີ່ຕົວເອງຖະນັດ, ກະກຽມກ່ອນເຂົ້າສຶກສາຕໍ່ລະດັບສູງ.

ທັງໝົດນີ້ເປັນການນິຍາມພຽງສ່ວນໜື່ງ ຂ້າພະເຈົ້າໄດ້ຂຽນບົດຄວາມນີ້ເພື່ອໃຫ້ນິຍາມຂອງຄໍາວ່າ STEM ເທົ່ານັ້ນ ແລະ ບາງຢ່າງເປັນພຽງແນວຄວາມຄິດຂອງຂ້າພະເຈົ້າຖ້າຜິດພາດປະການໃດຂ້າພະເຈົ້າຕ້ອງຂໍໂທດ ແລະ ຂໍອາໄພອີກດ້ວຍ, ຂໍ້ມູນແມ່ນມາຈາກ https://en.wikipedia.org/wiki/Science,_technology,_engineering,_and_mathematics

#STEM #Education

Sign up to discover human stories that deepen your understanding of the world.

Free

Distraction-free reading. No ads.

Organize your knowledge with lists and highlights.

Tell your story. Find your audience.

Membership

Read member-only stories

Support writers you read most

Earn money for your writing

Listen to audio narrations

Read offline with the Medium app

Pary Blog
Pary Blog

Written by Pary Blog

Developer, interested in Blockchain Technology and Crptocurrency, Blogger, Graphic Designer.

No responses yet

Write a response