PUBDEE

Pub of good infomations

Follow publication

Podcast ຟັງໃນຊ່ວງນີ້ເຮົາຈະຢູ່ບ້ານຢ່າງ Productive ໄປດ້ວຍກັນ

--

Covid-19 come in our life but we won’t let every minutes lost just because of it. Fighting togetther, We’ll go through it!

ເປັນ Podcast ແລະ Youtube channel ທີ່ແນະນໍາຕາມຄວາມມັກຂອງຜູ້ຂຽນເອງເດີ້ :)

I am a person who lazy to hold a book for read I always fall asleep all the time that’s why I choose to listen to podcast instead of read book. I hope this blog might be useful for you guys.

  1. The Standard Podcast

ນີ້ແມ່ນ Podcast ຊ່ອງໜື່ງທີ່ຂ້ອຍມັກຟັງທຸກມື້ ແລະ ຟັງທຸກຕອນຊໍ້າໆໄປໆມາໆ, ຖ້າເຈົ້າເປັນຄົນໜື່ງທີ່ມັນເລື່ອງການພັດທະນາຕົວເອງ ຫຼື ຢາກພັດທະນາຕົວເອງ ນີ້ຄືຄໍາຕອບບໍ່ຫລາຍກໍ່ໜ້ອຍ, ນອກນັ້ນໃນນີ້ຍັງເວົ້າເຖິງເລື່ອງຕ່າງໆ ເຊັ່ນ: ຄວາມຄິດດ້ານການເມືອງ, ການລົງທຶນ, ການບໍລິຫານຈັດການຕົວເອງ, ເວລາ ແລະ ການຟັງໂດຍຜ່ານປະສົບການຂອງຜູ້ອື່ນ. ຢາກໃຫ້ໄປລອງຟັງ ທໍາອິດອາດຈະບໍ່ຄ່ອຍເຂົ້າໃຈ ອາດຈະຮູ້ສຶກເຫງົານອນຂື້ນມາທັນທີທີ່ຟັງ (ຈາກປະສົບການເຮົາເອງ)ແຕ່ຟັງໄປດົນກໍ່ສາມາດເປັນໜື່ງໃນວິທີທີ່ສາມາດໃຫ້ທາງອອກໃນຊີວິດຫລາຍໆດ້ານໄດ້ ແລະ ມັນຍັງຟັງງ່າຍເປັນພາສາໄທອີກ.

2. TEDx Talks

https://www.youtube.com/user/TEDtalksDirector/featured

ຢ້ອນກັບໄປ 5 ປີກ່ອນໜ້ານີ້ທີ່ຟັງພາສາອັງກິດບໍ່ອອກເລີຍ Tedtalks ເປັນໜື່ງໃນຊ່ອງທີ່ຟັງແຕ່ບໍ່ເຂົ້າໃຈເລີຍ ເຄີຍບໍທີ່ຟັງໄປເບິ່ງ subtitle ໄປແຕ່ຍັງບໍ່ເຂົ້າໃຈຈັກເຂົາເຈົ້າເວົ້າຫຍັງກັນ ແຕ່ພໍຟັງແບບບໍ່ເຂົ້າໃຈມາເປັນປີປີ ຈື່ງເຂົ້າໃຈວ່າມັນຊ່ວຍເຮົາຫຼາຍເລີຍໃນເລື່ອງຂອງການຟັງ ແລະ ອອກສຽງໃນພາສາອັງກິດ, ຢາກແນ່ນໍາໃຫ້ລອງໄປຟັງ ຫຼື ຜູ້ທີ່ຟັງຕະຫຼອດຢູ່ແລ້ວມາ Share ຫົວຂໍ້ທີ່ສົນໃຈທີ່ສຸດມາໃຫ້ ຂ້ອຍຮູ້ແນ່ (ຂ້ອຍມັກຫົວຂໍ້ຂອງ Nick Vujicic “Overcoming hopelessness”) ໃນ TEDtalks ມີຫລາຍສີ່ງຫລາຍຢ່າງທີ່ສາມາດຊ່ວຍເຮົາບໍ່ຫລາຍກໍ່ໜ້ອຍ ເພາະເຮົາຈະໄດ້ຟັງຈາກປະສົບການຂອງຜູ້ຄົນຕ່າງໆທົ່ວໂລກ ທັງເປັນ ນັກສ້າງແຮງບັນດານໃຈ, ນັກລົງທຶນ, ນັກທ່ອງທ່ຽວ, ຊາວກະສິກອນ, ບຸກຄົນທີ່ມີຊື່ສຽງຂອງໂລກ ແລະ ດາລານັກສະແດງ … ຟັງປະສົບການຕົວຈີງ ແລະ ວິທີຄິດຂອງເຂົາເຈົ້າ, ຂ້ອຍມັກຟັງຊ່ອງນີ້ຫລາຍ

3. ลงทุนศาสตร์ Investerest

ເຄີຍຄິດທີ່ຈະເປັນນັກລົງທຶນ ? ຫລື ຢາກສຶກສາກ່ຽວກັບການລົງທຶນແນ່ນໍານີ້ເປັນຊ່ອງທາງໜື່ງທີ່ສາມາດຮຽນຮູ້ຕັ້ງແຕ່ເລີ່ມຕົ້ນການລົງທຶນ. ໃນ Podcast ນີ້ຈະສອນໃຫ້ເຮົາມອງຫາໂອກາດຕ່າງໆທີ່ຢູ່ອ້ອມຕົວເຮົາໃຫ້ເປັນການລົງທຶນ,ການສຶກສາຕະຫຼາດຮຸ້ນໃນໂລກ, ເປັນໜື່ງໃນ Podcast ທີ່ມ່ວນ ແລະ ໄດ້ຄວາມຮູ້ ແຕ່ແຕ່ຖ້າຜູ້ໃດບໍ່ມັກເລື່ອງຕົວເລກ ຫຼື ການລົງທຶນຂ້າມໄປຂໍ້ຕໍ່ໄປເລີຍ ເພາະມີສີ່ງນ່າສົນໃຈລໍຢູ່.

4. investopedia

ຫຼື https://www.investopedia.com/

ການລົງທຶນອີກແລ້ວ ແຕ່ນໍາສົນໃຈໃດສຶກສາໄວ້ບໍເສຍດາຍ ນີ້ກໍ່ເປັນໜື່ງໃນຊ່ອງທາງການຮຽນຮູ້ກ່ຽວກັບຕະຫລາດຮຸ້ນໃນໂລກ ຂ້າມຂ້າມ ຂໍ້ຕໍ່ໄປ

5. Paul Pattarapon

ການລົງທຶນອີກແລ້ວ ຮາຮາ ຢາກຈະແນ່ນໍາຊ່ອງທາງໜື່ງໃນການຮຽນຮູ້ ແລະ ຟັງ ເພື່ອຕົວເອງ ນີ້ເປັນຊ່ອງນີ້ທີ່ໃຫ້ຄວາມຮູ້ໃນເລື່ອງການເງິນ, ການລົງທຶນທີ່ມີປະໂຫຍດອີກຊ່ອງໜື່ງເລີຍ, ຊ່ອງນີ້ຈະມີທັງເປັນ Podcast ຟັງສຽງ ແລະ Video ໃຫ້ເບີ່ງເລີຍເດີ້ ນ່າສົນໃຈໄປລອງເບິ່ງກັນ

6. Lavendaire

ຖ້າຜູ້ໃດສົນໃຈເລື່ອງການສ້າງແຮງບັນດານໃຈ ລວມໄປເຖິງຂໍ້ຄິດດີໆ ຢາກແນ່ນໍາຊ່ອງນີ້ ຊ່ອງນີ້ອາດຈະບໍ່ແມ່ນໃນຮູບແບບ ແບບPodcast ແຕ່ເປັນວິດີໂອສອນຂໍ້ຄິດດີໆ, ການແຕ່ງຫ້ອງ office, work in home, Youtuber, ປຸກຕົ້ນໄມ້ໃນບ້ານ ລວມທັງການຟັງສໍານຽງພາສາອັງກິດຂອງລາວແບບ native speaker ເລີຍ….ເຫັນບໍສາມາດຊ່ວຍໃຫ້ເຮົາພັດທະນາດ້ານພາສາໄປໃນຕົວໄດ້ເລີຍ.

ຍັງມີຫຼາຍໆ Podcast ແລະ ຫລາຍໆຊ່ອງທາງໃນການຟັງ ນອກຈາກຂ້າງເທິງນີ້ແລ້ວ ຖ້າຜູ້ໃດມັກຟັງຊ່ອງໃດຫລາຍທີ່ສາມາດມາ Share ໃຫ້ກັນ ແລະ ກັນໄດ້

Thank you guys!

see you in next blog!

ມີຄໍາເວົ້າໜື່ງ ເວົ້າວ່າ “ລອງເຮັດສີ່ງໆໜື່ງພາຍໃນ 21 ວັນແລ້ວຈະຮູ້ວ່າເຮົາມັກມັນ ຫຼື ບໍມັກ” ຊ່ວງນີ້ ມີເວລາຫລາຍກວ່າ 21 ໃຫ້ຢູ່ບ້ານເລີຍນະ !

Free

Distraction-free reading. No ads.

Organize your knowledge with lists and highlights.

Tell your story. Find your audience.

Membership

Read member-only stories

Support writers you read most

Earn money for your writing

Listen to audio narrations

Read offline with the Medium app

--

--

Pary Blog
Pary Blog

Written by Pary Blog

Developer, interested in Blockchain Technology and Crptocurrency, Blogger, Graphic Designer.

No responses yet

Write a response