ບັນທຶກຊີວິດປີ 2017
ສະບາຍດີ ນັກອ່ານທຸກໆຄົນ …ຖືໄດ້ວ່າຂ້າພະເຈົ້າຫ່າງຫາຍຈາກການຂຽນບັອກລົງໃນຊ່ອງຂອງຕົນເອງໄປເປັນເວລາດົນຫຼາຍພໍສົມຄວນເລີຍ.. ອະ! ມື້ນີ້ເຮົາເລີຍຈະມາເລົ່າ ….! ອຸຍ ! ບໍ່ແມ່ນເລົ່າເດີ້…ຊີມາຂຽນໃຫ້ອ່ານ ແລະ ຊີພະຍາຍາມຊີຂຽນສັ້ນໆ ແລະ ເຊື່ອວ່າຊີບໍ່ເວົ້າຍາວ……
ກ່ອນອື່ນໝົດເຮົາຂໍນໍາທ່ານຜູ້ອ່ານໄປຮູ້ຈັກຊີວິດດ້ານໜື່ງຂອງຂ້າພະເຈົ້າກ່ອນທີ່ຈະອ່ານປະຫວັດຫຍໍ້ຂອງຂ້າພະເຈົ້າເນາະ….ຮຽກກັນວ່າ ບໍມີຫຍັງແນ່ນອນອີຫຼີເລີຍ…….…..ຊີວິດຂ້າພະເຈົ້າມີການປ່ຽນແປງຢ່າງຫຼວງຫຼາຍ ມີທັງເລື່ອງທີ່ດີ ແລະ ເກືອບດີໄປພ້ອມໆກັນເລີຍ ແລະ ຕົນເອງເປັນຄົນທີ່ຢ້ານໃນການເດີນທາງໄກທີ່ສຸດໃນຊີວິດ ອະ!! ຢ່າຟ້າວເບື່ອເນີ້……….ເອົາເປັນວ່າເລີ່ມເຂົ້າສູ່ເລື່ອງກັນເຖາະເນາະ. ຮາຮາ
1.ທັກສະນະສຶກສາ
ຈື່ໄດ້ວ່າເປັນຊ່ວງວັນທີ່ 19–23 ເດືອນມັງກອນ ປີ 2017 ທີ່ມີໂອກາດໄດ້ໄປທັກສະນະສຶກສາທີ່ແຂວງຫຼວງພະບາງ ແລະ ວັງວຽງ ບອກເລີຍວ່າເປັນຄັ້ງທັງອິດທີ່ໄດ້ໄປທີ່ນັ້ນ ຮາຮາ ແລະ ເປັນຄັ້ງທັງອິດທີ່ທໍາລາຍສັນຍາຂອງຕົນເອງວ່າຈະບໍ່ທໍາລາຍ ໝູໜ້ອຍຂອງຕົນເອງ (ໝູໜ້ອຍທີ່ເຮົາມັກເກັບເງິນໄວ້ $$ ) ແຕ່ຈໍາເປັນຕ້ອງທໍາລາຍມັນເພາະເປັນຊ່ວງເສດຖະກິດບໍ່ຄ່ອຍດີ… ຮ້ອງໄຫ້ໜັກຫລາຍກ່ອນທີ່ຈະທຸກມັນຖີ້ມ …. ແລະ ແລ້ວການທັກສະນະກໍ່ສໍາເລັດໄປດ້ວຍດີ ແລະ ກັບບ້ານຢ່າງປອດໄພ ອິອິ.

ແລະ ນອກຈາກນັ້ນບ່ອນຮຽນພາສາອັງກິດ (LANS Programme) ກໍໄດ້ພາໄປທັກສະນະທີ່ສວນອໍການິກແຫ່ງໜື່ງ(ບໍ່ຂໍລະບຸຊື່ເນີ) ແລະ ເປັນສີ່ງທີ່ແປກຕາຫຼາຍທີ່ເປັນຜົນຜະລິດລາວນໍາສົ່ງສິນຄ້າອອກຕ່າງປະເທດ ….#ຈື່ໄດ້ວ່າເປັນປະເທດໃນຝັນຂອງຂ້ອຍ (Fuji) ແລະ ມັກແຄັບຊັນໂຕທີ່ ພະນັກງານບອກວ່າ “ ສວນນີ້ບໍໄດ້ໃສ່ສານຂ້າແມງໄມ້ ແຕ່ໃສ່ສານໄລ່ແມງໄມ້ເທົ່ານັ້ນເອງ ” ຕົນເອງກໍ່ ງງ ກັບມັນຄືກັນວ່າ ແອະ ມີແບບນີ້ອີກເບາະ ຮາຮາຮາຮາ. ແຕ່ຕົນເອງບອກວ່າຫອມບົ່ວງາມອີຫຼີເນີທີ່ນັ້ນ ເຫັນແລ້ວຄິດຮອດແຈ່ວປາແດກເລີຍທີ່ດຽວ ຮາຮາ

2. ງານ ແລະ ອີເວັ້ນຕ່າງໆ (Events)
#ເຂົ້າຮ່ວມງານທີ່ GDG ໄດ້ຈັດຂື້ນ (GDG Events)
ຕົນເອງເປັນສະມາຊິກຂອງ ກຸ່ມ DGD Vientiane ມາເປັນເວລາຍາວນານພໍສົມຄວນເລີຍ ຖືໄດ້ວ່າເກືອບຈະເປັນລຸ່ນອາວຸໂສ ກໍເປັນໄດ້…….ອະ ແຕ່ທຸກຄົນອາດຈະສົງໄສວ່າໃນກຸ່ມນີ້ຂ້າພະເຈົ້າເຮັດຫຍັງແນ່ ? ຕ້ອງບອກເລີຍວ່າກຸ່ມນີ້ເປັນກຸ່ມທີ່ດີທີ່ສຸດທີ່ຂ້າພະເຈົ້າເຄີຍໄດ້ເປັນສະມາຊິກມາເລີຍ ແລະ ຢູ່ໃນນັ້ນເຮົາຈະຮູ້ສຶກວ່າເປັນກັນເອງ ແລະ ທຸກຄົນໃນກຸ່ມມີແຕ່ເທບເທົ່ານັ້ນ …ຍັງບໍໝົດພຽງເທົ່ານັ້ນ ກຸ່ມນີ້ຍັງໃຫ້ໂອກາດໃຫ້ທຸກຄົນໄດ້ຮຽນຮູ້ ແລະ ສະແດງທັກສະ ພ້ອມກັບການພັດທະນາໃນດ້ານຕ່າງໆຫຼາຍຢ່າງເລີຍທີດຽວ ເໝືອນກັບວ່າເປັນຄອບຄົວໜື່ງທີ່ສົມບູນແບບເລີຍ…. ເຊີ່ງງານທີ່ຕົນເອງໄດ້ເຂົ້າຮ່ວມປະກອບມີ:
- ງານ Google I/O 2017 (ໄດ້ມີໂອກາດຂື້ນເວົ້າໃນຫົວຂໍ້ Google Photo “ຄວາມຕື່ນເຕັ້ນເຕັມ100ເລີຍ”)
- ງານ Google Cloud Next’17 Extended Vientiane 12 March 2017
- ງານ Grils Who code 26 March 2017
- ງານ Code a Thon 12 May 2017
- ງານ Summer of Coding and IOT
- ງານ GDG Devfest Vientiane 2017 14 Oct 2017


#LANS Events (ງານທີ່ທຶນລາວ-ອົດສະຕາລີຈັດຂື້ນ)
ຫຼາຍໆຄົນອາດຈະສົງໄສວ່າມັນແມ່ນຫຍັງ ? …….ອ່ະ ຂ້າພະເຈົ້າຈະຂຽນລາຍລະອຽດກ່ຽວກັບທຶນນີ້ໃນບັອກຕໍ່ໄປໃຫ້ຕິດຕາມເນີ…. ເຊີ່ງຕອນນີ້ມາເບິ່ງກັນເລີຍວ່າໃນແຕ່ລະງານທີ່ຂ້າພະເຈົ້າໄດ້ເຂົ້າຮ່ວມ ແລະ ມີໜ້າທີ່ຮັບຜິດຊອບຫຍັງແນ່… ຕາມມາເລີຍຈ່ະ
- ງານ English Talent Shows 2017 ເຊິ່ງງານນີ້ຈະຈັດທຸກໆປີສະເພາະໃຫ້ນັກສຶກສາທີ່ໄດ້ຮັບທຶນໄດ້ສະແດງຄວາມສາມາດດ້ານຕ່າງໆ ບໍວ່າຈະເປັນ : Talk show, Talent show, Role-play, Singing…. ເປັນງານທີ່ດີຫຼາຍ ແລະ ຂ້າພະເຈົ້າໄດ້ຖືກບັງຄັບໃຫ້ເປັນ MC ໃນງານຄັ້ງນັ້ນ … ຮາຮາ ບອກເລີຍວ່າ ຊີວິດ D D ຫລາຍ ໄດ້ຂື້ນເວົ້າແບບ ກະທັນຫັນ ແລະ ຄວາມຕື່ນເຕັ້ນມາເຕັມ 1000 ເລີຍ ຄັ້ງທໍາອິດໃນຊີວິດທີ່ເປັນ MC ພາສາອັງກິດ ຮຶຮຶ ຈື່ໄດ້ວ່າສີ່ງທີ່ເວົ້າໃນມື້ນັ້ນຍັງຈື່ມາຮອດມື້ນີ້ ຄືມັນເປັນແບບ ປູປູ ປາປາ ຝຮັ່ງ ງງ ຕາມກັນເລີຍ ຮາຮາ…

- ງານຮັບນັກສຶກສາທຶນLANSໃໝ່

#ງານ Chatbot Idea Creation Contest 2017 31 September 2017 ທີ່ ຄວສ ເປັນງານທີ່ເກີນຄາດຄິດອີຫຼີ ເຊິ່ງສາມາດຍາດໄດ້ ຊະນະເລີດມາຄອງແບບ ງງ ເລີຍ ແຕ່ຕ້ອງຂໍຂອບໃຈສະມາຊິກໃນທິມຖືວ່າ ສະມາຊິກເກັ່ງຫຼາຍ ເຮເຮ.

3. ຝຶກງານ
ໄດ້ມີໂອກາດລົງໄປຝຶກງານທີ່ LaoCERT ເປັນເວລາສອງເດືອນ.
4. ໜັງມັກແຫ່ງປີ 2017
# Wonder Woman
#The Son Of Bigfoot
#Back to Couple (Series Korea)
#Moana
…Etc
5. ຟັງມັກແຫ່ງປີ 2017
#I will go to you like the First Snow by Ailee
#Deep End by Jannine Weigel
#Forgetting You by Davichi
#Look what you make me do by Taylor Swift
#Gorgeous by Taylor swift
6. ຊີວິດແຫ່ງປີ 2017
ອ່ະ… ຕ້ອງບອກເລີຍວ່າຊີວິດແຫ່ງປີ 2017 ແມ່ນສັບສົນວຸ່ນວາຍຫຼາຍກໍ່ວ່າໄດ້ແຕ່ ດີທີ່ຢຶດຕິດກັບກັບຄໍາວ່າ “Think Positive” ເລີຍປ່ອຍມັນໄປ…. ອ່ະ ທຸກຄົນອາດຈະສົງໄສວ່າປ່ອຍຫຍັງໄປ ຮາຮາ ມັນກໍ່ຄື ປ່ອຍປາລົງໄປໃນທີ່ຂອງມັນເອງຈ່ະ ງົງ ງົງ ເລີຍແມ່ນບໍ ຮາຮາ ຂ້ອຍກໍ ງົງ ຮາຮາ ….
“If you you never tasted a bad apple, you would not appreciate a good apple. You have to experience life to understand life”
7. ແຜນໃນປີ 2018
#ລອງໃຊ້ຊີວິດຕ່າງດ້າວຈັກ ສອງ ສາມ ເດືອນ
#ພັດທະນາຕົນເອງ
#ເພິ່ງຕົນເອງໃຫ້ຫລາຍທີ່ສຸດເລື່ອງ ຊີວິດ ແລະ ການເງິນ
#ຂຽນບັອກ
#Women Teach Maker ຄື Destination
…
ມາຮອດນີ້ ຕ້ອງຂອບໃຈທີ່ ທ່ານຜູ້ອ່ານທີ່ໄດ້ອ່ານ ຫຼື ເລື່ອນມາຮອດນີ້ ຂໍຂອບໃຈຫຼາຍໆ ທັງໝົດຄັ້ງເທິງຄືຊີວິດແຫ່ງປີ 2017 ຂອງຂ້າພະເຈົ້າ …
“ຈົ່ງໃຊ້ຊີວິດຢ່າງມີຄຸນຄ່າ ຊີວິດຂ້າງໜ້າຈະດີ ຫຼື ຮ້າຍ ແມ່ນໄດ້ມາຈາກໝາກຜົນຂອງການກະທໍາໃນມື້ນີ້ “