ອ້ອມຮອບຕົວເຮົາລ້ວນແຕ່ເປັນເມັດ Pixels

Pary Blog
1 min readFeb 9, 2017

--

ເຄີຍສັງເກດບໍວ່າ: ເປັນຫຍັງເຮົາຈື່ງສາມາດມອງເຫັນບັນດາພາບຕ່າງໆ ຫລື ຕາເຮົາສາມາດສັງເກດເຫັນສີຕ່າງໆ ແລະ ສາມາດແຍກໄດ້ວ່າສີໃດ ຄໍາຖາມທັງຫມົດນັ້ນຈື່ງກໍ່ໃຫ້ມີຄໍາອະທິບາຍຄື:

➡ ເຮົາສາມາດມອງເຫັນຮູບພາບໄດ້ກໍ່ເນື່ອງມາຈາກໃນດວງຕາເຮົາປະກອບດ້ວຍ 3 ສ່ວນ ຄື:

1.Cornae ເປັນສ່ວນກະຈົກຕາເຮັດຫນ້າທີ່ຄ້າຍຄືກັນກັບLENSໃນການຮັບແສງ ແລະ ສະທ້ອນແສງຈາກວັດຖຸຫາຫນ່ວຍຕາຂອງຄົນເຮົາ.

2. Iris ເປັນສ່ວນມ່ານຕາເຮັດຫນ້າທີ່ໃນການປັບປະລິມານຂອງແສງ.

3.Retina ແມ່ນສ່ວນຂອງຈໍຕາເຮັດຫນ້າທີ່ເປັນເຊວໃນການຮັບແສງຈາກວັດຖຸ (ຮູບພາບ)ເຂົ້າສູ່ຕາຂອງຄົນເຮົາ.

ແສງເກີດຂື້ນມາຈາກ : ດວງອາທິດ, ກ້ອງອິນຟາເຮດ, ຫລອດໄຟ, ເຄື່ອງ X-lay….

➡ຕາຄົນເຮົາສາມາດແຍກລະຫວ່າງສີຕ່າງໆໃນຮູບພາບໄດ້ກໍ່ຍ້ອນວ່າ:

ຮູບພາບຈະປະກອບດ້ວຍ 4 ຊະນິດຄື :

  1. Intensity Images or Gray Scale Image ເຊີ່ງພາບທີ່ເຫັນຈະເປັນຮູບຂາວ-ດໍາ, ຄ່າຄວາມເຂັ້ມຂອງມັນຈະຢູ່ລະຫວ່າງ 0 ຫາ255ແລະResolutions ຢູ່ທີ່ 8 ບິດ.
  2. Binary Images ແຕ່ລະPixels ຂອງຮູບພາບຊະນິດນີ້ຈະປະກອບດ້ວຍຄ່າສີ 0 (ດໍາ) ແລະ 1 (ຂາວ) ເທົ່ານັ້ນ.
  3. Index Images ໃນນີ້ຈະປະກອບດ້ວຍ Color Table ເຊີ່ງຈະມີຄ່າສີຕ່າງໆທີ່ສາມາດລະບຸຕໍາແຫນ່ງຂອງແຕ່ລະເມັດPixels.

4. Color Images or RGB Images ໃນນີ້ກ່ອນອື່ນຕ້ອງທໍາຄວາມເຂົ້າໃຈວ່າ RGB ແມ່ນຫຍັງ : ກໍຄືແມ່ນແມ່ສີ (Primary Color) R (Red color), G (Green color), B(Blue Color) ເມື່ອເຮົານໍາ3ສີດັ່ງກ່າວມາປະສົມເຂົ້າກັນມັນຈະເປັນສີຕ່າງໆທີ່ຄົນເຮົາສາມາດມອງເຫັນໄດ້.

➡ໃນບົດຄວາມນີ້ຂ້າພະເຈົ້າຢາກນໍາສະເຫນີວ່າຮູບພາບ ຫລື ສີ່ງທີ່ຕາຄົນເຮົາມອງເຫັນຈະປະກອບເມັດ Pixels ເປັນແຕ່ເມັດ ແລະ ແຕ່ລະເມັດຈະປະກອບດ້ວຍແຕ່ລະຄ່າສີ.

ຂໍ້ມູນມາຈາກ: ບົດຮຽນ Images processing ສອນໂດຍ: ອາຈານ ທິບເກສອນ ບຸນນາຄົມ.

Sign up to discover human stories that deepen your understanding of the world.

Free

Distraction-free reading. No ads.

Organize your knowledge with lists and highlights.

Tell your story. Find your audience.

Membership

Read member-only stories

Support writers you read most

Earn money for your writing

Listen to audio narrations

Read offline with the Medium app

--

--

Pary Blog
Pary Blog

Written by Pary Blog

Developer, interested in Blockchain Technology and Crptocurrency, Blogger, Graphic Designer.

No responses yet

Write a response